ຫຼາຍພາກສ່ວນ ມອບເງິນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 (Businesses cash support the prevention of the Covid-19 epidemic.)

 

 

ຫຼາຍພາກສ່ວນ ໄດ້ນຳເອົາເງິນມາມອບໃຫ້ຄະນະສະເພາະກິດ ເພື່ອປະກອບເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19. ໃນນີ້ປະກອບມີ ບໍລີສັດໄຟຟ້າເຊຂະໝານ 1 ມອບ 30.000 ໂດລາສະຫະລັດ (ຫຼືປະມານ 267.000.000 ກີບ)ບໍລິສັດດດາວທຽມລາວ-ເອເຊຍປາຊີຟີກ  100.000.000 ກີບບໍລິສັດຫົວເວີ້ຍລາວ (Huawei LAOS) ຊ່ວຍເຫຼືອເປັນເຄືອງອຸປະກອນການເຊືອມຕໍ່ກອງປະຊຸມທາງໄກ ແລະ ໜ້າກາກ ລວມມູນຄ່າ 500.000.000 ກີບ ແລະ ຕາງໜ້າຄອບຄົວການນຳ,ລູກຫຼານ ແລະ ສະມາຄົມພາກທຸລະກິດ 350.000.000 ກີບ

 ພິທີມອບ-ຮັບເງິນຈຳນວນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ເມສານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍແມ່ນທ່ານ ດິງ ຫຽອກ ຢຽບ (Mr Dinh Ngoc Diep) ຫົວໜ້າຫ້ອງການຕາງໜ້າບໍລິສັດຫຸ້ນສ່ວນໄຟຟ້າຫວຽດ-ລາວ,ຕາງໜ້າບໍລິສັດໄຟຟ້າເຊຂະໝານ1,ທ່ານ ຕ່ອງຢ່ອງບີ່ງ ຜູ້ອຳນວຍການໃຫຍ່ບໍລິສັດດາວທຽມລາວ-ເອເຊຍປາຊີຟີກຈຳກັດ,ທ່ານຫູເຫວີ້ຍຫົວ ຜູ້ອຳນວຍການໃຫຍ່ປະຈຳຫ້ອງການ ແລະ ທ່ານ ນາງ ນາລີ ສີສຸລິດ ຕາງໜ້າຄອບຄົວການນຳ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ສົມດີ ດວງດີ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງການຊ່ວຍເຫຼືອ ດັ່ງນີ້ ແມ່ນຈະປະກອບສວ່ນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19.

 

 

Many enterprises donated money to the Specialized Committee to support the prevention work against Covid-19 pandemic. In which, Xekaman 1 Power Co., Ltd. donates US $ 30,000 (approximately 267,000,000 Kip), Laos-Asia Pacific Satellite Company 100,000,000 Kip, Huawei LAOS Company (Huawei LAOS) provides the connecting devices for online meetings and masks with total value of 500,000,000 Kip and 350,000,000 Kip from Representatives of leader’s families, descendants and Business Association.
The donation ceremony was held on April 1 at the Prime Minister's Office, in which attended Mr. Dinh Ngoc Diep - Chief Representative of Viet Lao Power Joint Stock Company, Mr. Tong Yong Binh - General Director of Laos-Asia Pacific Satellite Co., Ltd, Mr. Hua Voi Hoa - Standing General Director and Ms. Nali Xisulit - Representative of leaders’ families are donor representatives and Mr. Xomdi Duongdi - Deputy Prime Minister, Minister of Finance of Laos, Chairperson of the Specialized Committee for prevention and control of  Covid-19 pandemic is the recipient's representative, with the participation of relevant officials.
On this occasion, Mr. Xomdi Duongdi thanked the Companies for their support, which will contribute to the fighting against Covid-19.
(News from Prime Minister’s Office)